ບັນດາຄູ່ຮ່ວມມືໃນໂຄງການ

ມະຫາວິທະຍາໄລສົງຂລາ ນະຄະລິນ
ມະຫາວິທະຍາໄລ ສົງຂລາ ນະຄະລິນ ແມ່ນມະຫາວິທະຍາໄລທຳອິດ ແລະ ໃຫຍ່ທີ່ສຸດໃນພາກໃຕ້ຂອງປະເທດໄທ. ມະຫາວິທະຍາໄລດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນປີ 1967 ພາຍໃຕ້ນະໂຍບາຍແຜນພັດທະນາພາກໃຕ້ ເຊິ່ງມີເປົ້າໜາຍທີ່ຈະກາຍເປັນມະຫາວິທະຍາໄລຊັ້ນນຳໃນພາກໃຕ້ຂອງປະເທດໄທ, ໃນການໃຫ້ການສຶກສາ, ການຄົ້ນຄ້ວາວິທະຍາສາດ ແລະ ການບໍລິການວິຊາການ ຄຽງຄູກັບການສົ່ງເສີມ ແລະ ການປົກປັກຮັກສາສິລະປະ ແລະ ວັດທະນາທຳ. ມະຫາວິທະຍາໄລມີເປົ້າໝາຍເພື່ອຜະລິດບັນດິດທີ່ເປັນກຳລັງແຮງການພັດທະນາປະເທດ ແລະ ມີຄວາມຮູ້ທີ່ສອດຄອງກັບໂລກຄວາມເປັນຈິິ່ງ. ຄະນະການຈັດການການບໍລິການ ແລະ ການທ່ອງທ່ຽວ ແມ່ນສ້າງຕັ້ງຂຶ້ນໃນປີ 1997 ເພື່ອໃຫ້ການສຶກສາຫຼັກສູດສາກົນໃນສາຂາການຈັດການການບໍລິການ ແລະ ການທ່ອງທ່ຽວເພື່ອສະໜັບສະໜູນການພັດທະນາອຸດສາຫະກຳການທ່ອງທ່ຽວຂອງປະເທດ. ຄະນະການຈັດການການບໍລິການ ແລະ ການທ່ອງທ່ຽວ ມີສິດເກົ່າຫຼາຍກວ່າ 2,500 ຄົນ ແລະ ສະໜັບສະໜູນໂຄງການຫຼັກຂອງພາກອຸດສາຫະກຳ ແລະ ຂອງລັດຖະບານ.

ມະຫາວິທະຍາໄລຊຽງໃໝ່
ມະຫາວິທະຍາໄລຊຽງໃໝ່ສ້າງຕັ້ງຂຶ້ນໃນເດືອນມັງກອນ 1964 ພາຍໃຕ້ທຳມະນູນທີ່ພະລາຊະທານໂດຍ ພຣະເຈົ້າມະຫາຊີວິດ ພູມີພົນ ອະດູນຍະເດດ. ໃນຖານະເປັນມະຫາວິທະຍາໄລພາກພື້ນແຫ່ງທຳອິດຂອງປະເທດໄທ, ມະຫາວິທະຍາໄລຊຽງໃໝ່ແມ່ນສ້າງຕັ້ງຂຶ້ນສອດຄ່ອງກັບນະໂຍບາຍ ແລະ ວັດຖຸປະສົງຂອງລັດຖະບານເພື່ອໃຫ້ບໍລິການໃນຫຼາຍພື້ນທີ່ຂອງປະເທດ ເປັນສູນກາງວິຊາການ ແລະ ການສຶກສາ, ສ້າງ ແລະ ຖ່າຍທອດຜົນງານວິໄຈໃນຫຼາຍຂົງເຂດ ແລະ ໃຫ້ການບໍລິການວິຊາການໃຫ້ແກ່ສັງຄົມ ສອດຄ່ອງກັບປັດຊະຍາເສດຖະກິດພໍພຽງ, ໂດຍສະເພາະແມ່ນໃຫ້ບໍລິການແກ່ພາກເໜືອຂອງປະເທດໄທ. ປະຈຸບັນ ມະຫາວິທະຍາໄລຊຽງໃໝ່ ດຳເນີນງານໃນຖານະເປັນສະຖາບັນການວິໄຈແຫ່ງຊາດ, ມີໜ້າທີ່ໃນການສ້າງຄວາມຮູ້ ແລະ ການໃຫ້ບໍລິການທີ່ອີງໃສ່ຄວາມຮູ້, ໃນຂະນະທີ່ແນ່ໃສ່ການວິໄຈ ແລະ ການພັດທະນານະວັດຕະກຳ. ມະຫາວິທະຍາໄລຊຽງໃໝ່ ເປັນສູນກາງການສຶກສາໃນພາກເໜືອຂອງປະເທດໄທ

ມະຫາວິທະຍາໄລແຫ່ງຊາດລາວ (ມຊ)
ມະຫາວິທະຍາໄລແຫ່ງຊາດລາວ ແມ່ນມະຫາວິທະຍາໄລແບບກວມລວມ ສ້າງຕັ້ງຂຶ້ນໃນປີ 1996 ໂດຍການລວມເອົາມະຫາວິທະຍາໄລ 3 ແຫ່ງ ແລະ ວິທະຍາໄລ 7 ແຫ່ງ ແລະ ບັນດາສະຖາບັນທີ່ຂຶ້ນກັບກະຊວງຕ່າງໆມາເປັນມະຫາວິທະຍາໄລ 1 ແຫ່ງ. ມະຫາວິທະຍາໄລແຫ່ງຊາດ ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງສຶກສາທິການ ແລະ ກິລາ ຮັບຜິດຊອບອອກແບບ ແລະ ປະຕິບັດຫຼັກສູດການສຶກສາ ແລະ ການບໍລິການວິຊາການເພື່ອການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ. ມຊ ມີຄວາມມຸ້ງໝັ້ນໃນການບັນລຸວິໄສທັດ ເພື່ອໃຫ້ກາຍເປັນສູນການສຶກສາ ແລະ ການຄົ້ນຄ້ວາວິທະຍາສາດ, ຮັບປະກັນຄຸນະພາບໃນລະດັບພາກພື້ນ ແລະ ສາກົນ. ມະຫາວິທະຍາໄລແຫ່ງຊາດແມ່ນສະມາຊິກຂອງເຄື່ອຂ່າຍມະຫາວິທະຍາໄລຂອງອາຊຽນ. ມຊ ມີ 5 ວິທະຍາເຂດໃນວຽງຈັນ, ປະກອບດ້ວຍ 13 ຄະນະວິຊາ, ແລະ ມີຫຼັກສູດ 244 ຫຼັກສູດໃນລະດັບອະນຸປະລິນຍາຈົນເຖິງລະດັບປະລິນຍາເອກ. ມຊ ມີພະນັກງານຈຳນວນ 1,608 ຄົນ ແລະ ນັກສຶກສາ 18,288 ຄົນ (2023-2024) ແລະ ນັກສຶກສາຕ່າງປະເທດຈຳນວນ 500 ຄົນສ່ວນຫຼາຍມາຈາກ ສສ ຫວຽດນາມ, ສປ ຈີນ, ແລະ ລາຊາອະນາຈັກກຳປູເຈຍ. ການຮ່ວມມືທາງວິຊາການແມ່ນໜຶ່ງໃນຍຸດທະສາດຂອງ ມຊ ໃນການປັບປຸງຄຸນະພາບການສຶກສາ ແລະ ຜົນການຮຽນ. ຮອດປັດຈຸບັນ, ມຊ ມີການຮ່ວມມືກັບ 350 ສະຖາບັນການສຶກສາຊັ້ນສູງໃນ 32 ປະເທດໃນປີ 2024, ສ່ວນຫຼາຍຈາກອາຊີ ແລະ ເອີຣົບ. ການຮ່ວມມືແນ່ໃສ່ 5 ຂົງເຂດຫຼັກເຊັ່ນ: ການແລກປ່ຽນນັກສຶກສາ ແລະ ອາຈານ, ການແລກປ່ຽນການວິໄຈ ແລະ ຜົນງານທາງວິຊາການ, ການສົ່ງເສີມການແລກປ່ຽນທາງວິຊາການ ແລະ ວັດທະນາທຳ, ແລະ ທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ. ນັບຕັ້ງແຕ່ປີ 2000, ມຊ ມີສ່ວນຮ່ວມໃນຫຼາຍໂຄງການແລກປ່ຽນນັກສຶກສາ ແລະ ການສ້າງຄວາມເຂັ້ມແຂວງໃຫ້ສະຖາບັນການສຶກສາຊັ້ນສູງພາຍໃຕ້ຂອບຂອງອາຣາສມຸດ ມຸນດຸສ ແລະ ອີຣາສມຸດ ພລັສ ເຊັ່ນ: ໂຄງການ INNO4Tourism, ASTRA, CIRCULAR, ແລະ OPEN

ມະຫາວິທະຍາໄລສະຫວັນນະເຂດ
ມະຫາວິທະຍາໄລສະຫວັນນະເຂດ (ມຂ), ຕັ້ງຢູ່ພາກກາງຂອງ ສປປ ລາວ, ເປັນມະຫາວິທະຍາໄລຂອງລັດແຫ່ງທີສີ່ ທີ່ດໍາເນີນການຮຽນ-ການສອນ ພາຍໃຕ້ການຊີ້ນໍາຂອງກະຊວງສຶກສາທິການ ແລະ ກິລາ. ນັບແຕ່ສ້າງຕັ້ງໃນປີ 2009 ເປັນຕົ້ນມາ, ມຂ ໄດ້ໃຫ້ຄວາມສໍາຄັນກັບການພັດທະນາຊັບພະຍາກອນມະນຸດຢ່າງຕໍ່ເນື່ອງເພື່ອຮັບໃຊ້ສັງຄົມຕາມວິໄສທັດການຂະຫຍາຍ ແລະ ເຂົ້າເຖິງການສຶກສາຊັ້ນສູງຢ່າງເທົ່າທຽມຂອງນັກສຶກສາໃນເຂດພາກກາງຂອງປະເທດ.
ມຂ ເຮັດໜ້າທີ່ເປັນແຫຼ່ງຊັບພະຍາກອນທາງປັນຍາທີ່ໃຫ້ບໍລິການດ້ານວິຊາການແກ່ສັງຄົມ. ການບໍລິການດັ່ງກ່າວແມ່ນດໍາເນີນຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ພາຍໃຕ້ຂອບການປະຕິຮູບການສຶກສາແຫ່ງຊາດ ເພາະວ່າ ມຂ ຍັງສືບຕໍ່ເປັນສູນກາງດ້ານການສຶກສາຊັ້ນສູງໃນພາກກາງຂອງປະເທດ.

ມະຫາວິທະຍາໄລມາເຊໂດເນຍ
ມະຫາວິທະຍາໄລມາເຊໂດເນຍສ້າງຕັ້ງຂຶ້ນໃນປີ 1990 ແລະ ຕັ້ງຢູ່ເມືອງເທສໂລນິກີ, ໃນພາກເໜືອຂອງປະເທດເກັຣກ. ແມ່ນມະຫາວິທະຍາໄລຂອງລັດພາຍໃຕ້ກະຊວງສຶກສາທິການ. ມັນແມ່ນສະຖາບັນທີ່ມີຄວາມຄ່ອງແຄ້ວ ມີ 4 ຄະນະວິຊາ ປະກັບດ້ວຍ 8 ພາກວິຊາທີ່ສອນໃນລະດັບປະລິນຍາຕີ ມີ 30 ຫຼັກສູດໃນລະດັບຫຼັງປະລິນຍາຕີໃນສາຂາທີ່ມີຄວາມຕ້ອງການສູງຂອງຕະຫຼາດແຮງງານ. ມີນັກສຶກສາປະລິນຍາຕີປະມານ 16,000 ຄົນ ແລະ ນັກສຶກສາຫຼັງປະລິນຍາຕີ 2,000 ຄົນກຳລັງສຶກສາໃນມະຫາວິທະຍາໄລມາເຊໂດເນຍ. ມະຫາວິທະຍາໄລມາເຊໂດເນຍ ຈັດຕັ້ງປະຕິບັດໂຄງການສ່ວນຫຼາຍພາຍໃຕ້ໂຄງການອີຣາສະມຸດ ແລະ ການຮ່ວມມືກັບພາກອຸດສາຫະກຳ Industrial Relations ແລະ Social Dialogue programme ຕະຫຼອດເຖິງ European Territorial Cooperation Programme. ປັດຈຸບັນນີ້, ມະຫາວິທະຍາໄລມາເຊໂດເນຍເຂົ້າຮ່ວມໃນຖານະເປັນຜູ້ປະສານງານ ຫຼື ຜູ້ໄດ້ຮັບຜົນປະໂຫຍດໃນຫຼາຍໂຄງການພາຍໃຕ້ໂຄງການອີຣາສະມຸດ, ຕະຫຼອດເຖິງໂຄງການໂຮໄຣຊອນ 2020. ທີມນັກວິທະຍາສາດຂອງໂຄງການແມ່ນມາຈາກພາກວິຊາການບໍລິຫານທຸລະກິດ ເຊິ່ງດຳເນີນການຄົ້ນຄ້ວາວິທະຍາສາດ ແລະ ການສອນນັກສຶກສາໃນບັນຫາທີ່ກ່ຽວຂ້ອງກັບການຕັດສິນໃຈ, ການວິເຄາະການບໍລິຫານທຸລະກິດ ແລະ ການທ່ອງທ່ຽວ. ພາກວິຊາບໍລິຫານທຸລະກິດຍັງປະກອບສ່ວນໃນການສົ່ງເສີມຄວາມຮູ້ໃນຂົງເຂດທີ່ກ້ວາງຂວາງຂອງການຈັດການການທ່ອງທ່ຽວ ແລະ ການສ້າງຜູ້ບໍລິຫານທີ່ມີຄວາມສາມາດໃນການປະຕິບັດງານແບບມືອາຊີບໃນທຸລະກິດຂອງພວກເຂົາ (ເຊັ່ນ ໂຮງແຮມ, ບໍລິສັດທ່ອງທ່ຽວ, ແລະ ບໍລິສັດບໍລິການອາຫານ ແລະ ເຄື່ອງດື່ມ), ແລະ ສົ່ງເສີມການພັດທະນາການວິໄຈ ແລະ ການນຳໃຊ້ໃນຂົງເຂດທີ່ຕົນເອງຮັບຜິດຊອບ.

Symplexis
Symplexis ແມ່ນອົງການທີ່ບໍ່ສະແຫວງຫາກຳໄລຂອງປະເທດເກຣັກ ເຊິ່ງພະຍາຍາມທີ່ຈະຮັບປະກັນໂອກາດທີ່ເທົ່າທຽມເພື່ອທຸກຄົນຜ່ານການປະຕິບັດ ແລະ ມາດຕະການທີ່ສ້າງທັກສະ, ເສີມພະລັງ ແລະ ສົ່ງເສີມການມີສ່ວນຮ່ວມຢ່າງຫ້າວຫັນແນ່ໃສ່ກຸ່ມປະຊາກອນທີ່ມີຄວາມເປາະບາງທີ່ສຸດ ແລະ ໂດຍສະເພາະຜູ້ທີ່ໄດ້ຮັບໂອກາດໜ້ອຍ. ພາລະກິດຂອງ Symplexis ແມ່ນເພື່ອຍົກສູງຄວາມກົມກຽວທາງສັງຄົມຜ່ານການປະຕິບັດແບບເຊື່ອມສານ ແລະ ກິດຈະກຳທີ່ເປັນໂຄງການເຊິ່ງມີເປົ້າໝາຍໃນການສົ່ງເສີມການມີສ່ວນຮ່ວມຂອງກຸ່ມທີ່ດ້ອຍໂອກາດທີ່ມີຄວາມສ່ຽງທີ່ຈະຖືກກີດກັນ ແລະ ແບ່ງແຍກ, ໃນຂະນະທີ່ສົ່ງເສີມ ແລະ ປົກປ້ອງສິດກຸ່ມປະຊາກອນຫຼາຍໆແບບທີ່ປະເຊີນກັບການແບ່ງແຍກ ແນໃສ່ການເສີມພະລັງ ແລະ ສະໜັບສະໜູນຜູ້ຖືກເຄາະຮ້າຍ, ສ້າງຄວາມຮັບຮູ້ ແລະ ການແບ່ງປັນຂໍ້ມູນໃນທຸກລະດັບ.

ມະຫາວິທະຍາໄລປາແລຣໂມ
ສ້າງຕັ້ງຂຶ້ນໃນປີ 1806, ມະຫາວິທະຍາໄລປາແລຣໂມ ແມ່ນສະຖາບັນການສຶກສາຂອງລັດທີ່ໄດ້ຮັບການຍອມຮັບໃນລະດັບສາກົນ ເຊິ່ງມີເກືອບທຸກສາຂາວິຊາຮຽນ ແລະ ສົ່ງເສີມວິທີສະຫະວິຊາການ. ໃນເດືອນມັງກອນ 2023, ມະຫາວິທະຍາໄລປາແລຣໂມ ມີນັກສຶກສາລົງທະບຽນຫຼາຍກວ່າ 40.500 ຄົນ. ມະຫາວິທະຍາໄລປາແລຣໂມ ເປັນຄູ່ຮ່ວມໃນສັນຍາຂອງໂຄງການອາຣາສມຸດຫຼາຍກວ່າ 1,000 ໂຄງການ ແລະ 200 ໂຄງການນອກຈາກໂຄງການອີຣາສະມຸດໃນປີ 2023. ຫຼັກສູດກ່ຽວກັບການທ່ອງທ່ຽວມີຫຼັກສູດໃນລະດັບປະລິນຍາຕີ 2 ຫຼັກສູດ ແລະ ລະດັບປະລິນຍາໂທກ່ຽວກັບລະບົບການຈັດການການບໍລິການ ແລະ ການທ່ອງທ່ຽວ 1 ຫຼັກສູດ ສອນໃນມະຫາວິທະຍາໄລປາແລຣໂມ, ມີຫຼາຍຫຼັກສູດທີ່ພັດທະນາຮ່ວມກັບມະຫາວິທະຍາໄລໃນ ສາຫະລັດອາເມຣິກາ ແລະ ສະຖາບັນການສຶກສາຊັ້ນສູງຂອງເອີຣົບ.

CESIE ETS
CESIE ETS ແມ່ນສູນສຳລັບການສຶກສາ ແລະ ແນວຄິດລິເລີ່ມຕັ້ງຢູ່ເມືອງປາແລຣໂມ, ສິຊິລີ. ມັນແມ່ນອົງການທີ່ບໍ່ສະແຫວງຫາກຳໄລ, ບໍ່ມີຈຸດປະສົງທາງການເມືອງ, ແລະ ບໍ່ສັງກັດລັດຖະບານ, ຈັດຕັ້ງປະຕິບັດໂຄງການໃນຫຼາຍກວ່າ 80 ປະເທດ. ສ້າງຕັ້ງຂຶ້ນໃນປີ 2001 ແລະ ໄດ້ຮັບແຮງບັນດານໃນມາຈາກຜົນງານ ແລະ ທິດສະດີຂອງນັກສັງຄົມວິທະຍາຊາວອີຕາລີ Danilo Dolci (1924-1997), CESIE ປະກອບສ່ວນໃນການມີສ່ວນຮ່ວມຢ່າງຫ້າວຫັນຂອງປະຊາຊົນ, ພາກປະຊາສັງຄົມ, ແລະ ສະຖາບັນຕ່າງໆ ໃນຫຼາຍໆຂົງເຂດ, ເພື່ອກ້າວໄປສູ່ການສົ່ງເສີມການເຕີບໂຕ ແລະ ການພັດທະນາ, ໃຫ້ຄຸນຄ່າຄວາມຫຼາກຫຼາຍຕະຫຼອດເວລາໃນການເຄົາລົບຈັນຍາບັນ ແລະ ການພັດທະນາມະນຸດ.

ສະມາຄົມທ່ອງທ່ຽວແຂວງພູເກັດ
ສະມາຄົມທ່ອງທ່ຽວແຂວງພູເກັດ ສະມາຄົມທ່ອງທ່ຽວແຂວງພູເກັດ ສ້າງຕັ້ງຂຶ້ນພາຍໃຕ້ກົດໝາຍວ່າດ້ວຍສະມາຄົມການຄ້າ 1966 ແລະ ປະຈຸບັນນີ້ຢູ່ພາຍໃຕ້ການຄຸ້ມຄອງຂອງພະແນກພັດທະນາທຸລະກິດຂອງແຂວງພູເກັດ. ສະມາຄົມທ່ອງທ່ຽວແຂວງພູເກັດສ້າງຕັ້ງຂຶ້ນເພື່ອສົ່ງເສີມທຸລະກິດໃນແຂວງພູເກັດ ທີ່ກ່ຽວຂ້ອງໂດຍກົງກັບການທ່ອງທ່ຽວເຊັ່ນ ໂຮງແຮມ, ການຂົນສົ່ງ, ອາຫານ ແລະ ເຄື່ອງດື່ມ, ຮ້ານສິນຄ້າທີ່ລະນຶກຕະຫຼອດເຖິງທຸລະກິດບັນເທິງ ແລະ ນັນທະນາການ. ສ້າງຕັ້ງຂຶ້ນໃນວັນທີ 28 ກໍລະກົດ 1978, ສະມາຄົມທ່ອງທ່ຽວແຂວງພູເກັດ ບໍລິຫານງານໂດຍ ທ່ານ ວິຈິດ ນະຣະນອງ ເປັນປະທານຄົນທຳອິດ. ປັດຈຸບັນນີ້, ສະມາຄົມທ່ອງທ່ຽວແຂວງພູເກັດມີສະມາຊິກ 281 ໃນນັ້ນ 213 ແມ່ນສະມາຊິກສາມັນ ແລະ 68 ແມ່ນສະມາຊິກວິສາມັນ.