
ຍີນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ INNO4Tourism
ສໍາຫຼວດຂໍ້ລິເລີ່ມການຮ່ວມມືທີ່ເຊື່ອມໂຍງການສຶກສາຊັ້ນສູງ ກັບ ອຸດສະຫະກໍາການທ່ອງແບບຍືນຍົງ. ເລີ່ມແຕ່ປີ 2015 ເປັນຕົ້ນມາ, ຄວາມສໍາຄັນຂອງການຮ່ວມມືດັ່ງກ່າວນີ້ໄດ້ຖືກຍອມຮັບ ແລະ ບັນຈຸເຂົ້າໃນວາລະການພັດທະນາແບບຍືນຍົງປີ 2030, ເຊິ່ງການທ່ອງທ່ຽວກໍຖືກຮັບຮອງວ່າເປັນແຮງຂັບເຄື່ອນທີ່ສໍາຄັນສໍາລັບການເຕີມໃຫຍ່ຂະຫຍາຍໂຕຂອງເສດຖະກິດ ແລະ ການສ້າງໂອກາດຕ່າງໆ.
INNO4Tourism
INNO4Tourism ມຸ້ງໝັ້ນທີ່ຈະສ້າງໃຫ້ມະຫາວິທະຍາໄລໃນປະເທດໄທ ແລະ ສປປ ລາວ ມີຄວາມສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນຂະແໜງການທ່ອງທ່ຽວແບບຍືນຍົງ, ໂດຍການສ້າງທັກສະການເຮັດວຽກໃໝ່ໆ ແລະ ເພີ່ມຄວາມອາດສາມາດໃນການມີວຽກເຮັດງານທໍາໃຫ້ແກ່ນັກສຶກສາ, ນັກສຶກສາຈົບໃໝ່ ແລະ ຜູ້ປະກອບອາຊີບສາຂາຕ່າງໆ. ການຮ່ວມມື ແລະ ປະກອບສ່ວນຈາກມະຫາວິທະຍາໄລ ແລະ ອົງກອນຕ່າງໆຈາກທະວີບເອີຣົບຈະມີບົດບາດສໍາຄັນຫຼາຍຕໍ່ການບັນລຸເປົ້າໝາຍເຫຼົ່ານີ້.
ເຂົ້າຮ່ວມພາລະກິດກັບພວກເຮົາ
ສຶກສາຮຽນຮູ້ວິທີການຂອງພວກເຮົາທີ່ຈະເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃນຂະແໜງການສຶກສາ ແລະ ການທ່ອງທ່ຽວ.
ຫຼັກການສໍາຄັນ
ເຂົ້າເຖິງຫຼັກສູດ ແລະ ການຝຶກອົບຮົມທີ່ເປັນນະວັດຕະກໍາເຊິ່ງອອກແບບມາເພື່ອການທ່ອງທ່ຽວແບບຍືນຍົງ
ເຂົ້າຮ່ວມເປັນສ່ວນໜຶ່ງກັບພວກເຮົາ
ຄົ້ນພົບວິທີທາງເຂົ້າຮ່ວມ ຫຼື ສະໜັບສະໜູນໂຄງການຮ່ວມມືຂອງພວກເຮົາ
ຜົນກະທົບທີ່ເກີດຈາກ INNO4Tourism
ການປ່ຽນແປງທີ່ຈະເກີດຂື້ນ
ເສີມສ້າງຂີດຄວາມສາມາດໃຫ້ພະນັກງານ-ອາຈານພາຍໃນມະຫາວິທະຍາໄລຂອງປະເທດໄທ ແລະ ສປປ ລາວ ດ້ວຍຄວາມຊ່ຽວຊານຂັ້ນສູງ ແລະ ເຄື່ອງມືທີ່ທັນສະໄໝ ເພື່ອພັດທະນາຫຼັກສູດການທ່ອງທ່ຽວແບບຍືນຍົງ ແລະ ຮັບເອົາວິທີການສອນທີ່ທັນສະໄໝເນັ້ນເອົານັກຮຽນເປັນໃຈກາງມາໝູນໃຊ້ໃນການສອນຂອງຕົນເອງ.
ເສີມສ້າງຂີດຄວາມສາມາດໃຫ້ກັບພະນັກງານບໍລິຫານພາຍໃນມະຫາວິທະຍາໄລຂອງປະເທດໄທ ແລະ ສປປ ລາວ ດ້ວຍຄວາມຮູ້ໃນການສ້າງກົນໄກການຮ່ວມມືທີ່ມີປະສິດຕິພາບລະຫວ່າງມະຫາວິທະຍາໄລ ແລະ ພາກທຸລະກິດ ແລະ ການໃຫ້ບໍລິການດ້ານອາຊີບທີ່ຄວບຄຸມ/ແບບຮອບດ້ານ ຜ່ານຫ້ອງການໃຫ້ຄໍາປຶກສາດ້ານອາຊີບທີ່ສ້າງຂື້ນໃໝ່ ຫຼື ຍົກລະດັບການບໍລິການດ້ານອາຊີບ.
ເສີມສ້າງຂີດຄວາມສາມາດໃຫ້ນັກສຶກສາ, ນັກສຶກສາຈົບໃໝ່ ແລະ ພະນັກງານໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ ດ້ວຍຄວາມຮູ້ ແລະ ທັກສະໃໝ່ຫຼ້າສຸດໃນດ້ານການທ່ອງທ່ຽວ ແລະ ການບໍລິການ, ເພື່ອໃຫ້ເຂົາເຈົ້າສາມາດແຂ່ງຂັນໃນຕະຫຼາດແຮງງານ ແລະ ເພີ່ມໂອກາດໃນການຈ້າງງານອີກດ້ວຍ.
ສ້າງການຮ່ວມມືທີ່ເຂັ້ມແຂງລະຫວ່າງມະຫາວິທະຍາໄລໃນປະເທດໄທ ແລະ ສປປ ລາວ ແລະ ຫົວໜ່ວຍທຸລະກິດໃນທ້ອງຖີ່ນ, ເພື່ອຫຼຸດຊ່ອງຫວ່າງລະຫວ່າງການສຶກສາ ແລະ ຄວາມຕ້ອງການໃນພາກອຸດສະຫະກໍາ, ແລະ ຮັບປະກັນການມີແຮງງານທີ່ມີຄຸນະພາບ ແລະ ສາມາດແຂ່ງຂັນໄດ້ຫຼາຍຂື້ນ.
ສ້າງໃຫ້ມະຫາວິທະຍາໄລ, ຊຸມຊົນທ້ອງຖີ່ນ ແລະ ໜ່ວຍງານຕ່າງໆ ມີຄວາມຕື່ນຕົວ ແລະ ຮັບຮູ້ ກ່ຽວກັບຄວາມສໍາຄັນຂອງການຮ່ວມມືລະຫວ່າງມະຫາວິທະຍາໄລ-ພາກທຸລະກິດ ແລະ ບົດບາດຂອງການທ່ອງທ່ຽວແບບຍືນຍົງ ເພື່ອສ້າງການປ່ຽນແປງໃນທາງບວກ.
ນໍາສະເໜີວິທີການສອນທີ່ເປັນນະວັດຕະກໍາ, ດິຈິຕ໋ອນ ແລະ ເອົານັກຮຽນເປັນໃຈກາງເຊິ່ງເຮັດໃຫ້ເກີດການຮຽນຮູ້ກ່ຽວກັບການທ່ອງທ່ຽວແບບຍືນຍົງທີ່ມີຄວາມໜ້າສົນໃຈ ແລະ ມີຜົນກະທົບຫຼາຍຂື້ນ.
ຍົກລະດັບການຮ່ວມມືໄລຍະຍາວລະຫວ່າງມະຫາວິທະຍາໄລໃນສະຫະພາບເອີຣົບ ແລະ ອາຊີ ເພື່ອການແລກປ່ຽນຄວາມຮູ້ໃນລະດັບໂລກໃນດ້ານການທ່ອງທ່ຽວແບບຍືນຍົງ