ໂຄງການ

ພາບລວມຂອງໂຄງການ
INNO4Tourism ແມ່ນສະໜັບສະໜູນ ມະຫາວິທະຍາໄລຕ່າງໆໃນປະເທດໄທ ແລະ ສປປ ລາວ ໃຫ້ເກີດຄວາມສອດຄ່ອງກັບຄວາມຕ້ອງການໃນຂະແຫນງການທ່ອງທ່ຽວ ແລະ ການບໍລິການ ທີ່ມີການປ່ຽນແປງຢ່າງໄວວາ. ໂດຍການຮ່ວມມືກັບມະຫາວິທະຍາໄລຕ່າງໆໃນເອີຣົບ, ໄດ້ປັບໃຊ້ ແລະ ແບ່ງປັນເພື່ອຍົກລະດັບຄວາມຮູ້ໃນຂົງເຂດອາຊີທາງດ້ານ ທັກສະຕ່າງໆທີ່ຈໍາເປັນ, ການປະຕິບັດເນື້ອໃນຄວາມຍືນຍົງ, ແລະ ນະໂຍບາຍຕ່າງໆທີ່ສອດຄ່ອງກັບອຸດສາຫະກໍາ. ການຈັດຕັ້ງປະຕິບັດນີ້ສະໜັບສະໜູນໃຫ້ນັກສຶກສາທີ່ຮຽນຈົບໃນອະນາຄົດ ແລະ ຜູ້ປະກອບອາຊີບໃນປະຈຸບັນພັດທະນາຄວາມສາມາດໃນການຄຸ້ມຄອງການທ່ອງທ່ຽວແບບຍືນຍົງ, ທັກສະດິຈິຕອລ, ແລະການປະກອບການ, ຊຸກຍູ້ເສດຖະກິດການທ່ອງທ່ຽວໃຫ້ມີການຢືດຢຸ່ນ ແລະ ສາມາດການແຂ່ງຂັນໄດ້ຫຼາຍຂຶ້ນ.
ວິທີການຂອງພວກເຮົາ
INNO4Tourism ເຊື່ອມສານ ເປົ້າໝາຍກັນພັດທະນາແບບຍືນຍົງ (SDGs) ເຂົ້າ, ໂດຍສະເພາະ ແມ່ນເປົ້າໝາຍທີ 8 (SDG 8), ເຊິ່ງເນັ້ນໜັກເຖິງບົດບາດຂອງການທ່ອງທ່ຽວໃນການສ້າງວຽກເຮັດງານທຳທີ່ມີຄຸນນະພາບ ແລະ ສະໜັບສະໜູນການພັດທະນາເສດຖະກິດ. ໂດຍການມີສ່ວນຮ່ວມຂອງມະຫາວິທະຍາໄລຕ່າງໆ ແລະ ພາກສ່ວນກ່ຽວຂ້ອງຂອງອຸດສາຫະກຳການທ່ອງທ່ຽວ, ໂຄງການດັ່ງກ່າວແກ້ໄຂຊ່ອງຫວ່າງດ້ານທັກສະ, ປັບປຸງຫຼັກສູດທີ່ມີຄວາມກ່ຽວຂ້ອງກັບຂະແໜງການ, ແລະ ຊຸກຍູ້ການບໍລິການດ້ານອາຊີບພາຍໃນສະຖາບັນການສຶກສາຊັ້ນສູງ.
ຈຸດປະສົງ
ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການເພື່ອປະດິດ ສ້າງການສຶກສາການທ່ອງທ່ຽວແບບຍືນຍົງ
ກະກຽມເຄື່ອງມືໃຫ້ພະນັກງານວິຊາການ ແລະ ສົ່ງເສີມຄວາມຮູ້ໃນການອອກແບບຫຼັກສູດການທ່ອງທ່ຽວແບບຍືນຍົງ ແລະ ປັບປຸງວິທີການສອນ, ເນັ້ນໜັກໃສ່ຜູ້ຮຽນເປັນຈຸດໃຈກາງ ແລະ ວິທີການແກ້ໄຂບັນຫາຊຶ່ງຈະຊ່ວຍໃຫ້ນັກສຶກສາມີສ່ວນຮ່ວມຫຼາຍຂຶ້ນ.
ຂະຫຍາຍການຮຽນຮູ້ ແລະພັດທະນາກຳລັງແຮງງານໃນການທ່ອງທ່ຽວແບບຍືນຍົງ
ຝຶກທັກສະພື້ນຖານທີ່ຈຳເປັນໃຫ້ນັກສຶກສາ, ນັກສຶກສາທີ່ຈົບການສຶກສາໃໝ່, ແລະຜູ້ຊ່ຽວຊານໂດຍຜ່ານຫຼັກສູດອອນໄລນ໌ທີ່ບໍ່ມ່ນລະດັບປະລິນຍາຕີ ທີ່ສຸມໃສ່ການທ່ອງທ່ຽວແບບຍືນຍົງ ແລະ ການທ່ອງທ່ຽວແບບອົງລວມແບບທຸກຄົນເຂົ້າເຖິງໄດ້, ການປະກອບການ, ແລະ ທັກສະທາງສັງຄົມທີ່ສໍາຄັນ, ຄຽງຄູ່ກັບໂອກາດການຮຽນຮູ້ໃນການເຮັດວຽກ.
ປັບ ປຸງ ການ ຮ່ວມ ມືລະຫວ່າງມະຫາວິທະຍາໄລ ແລະ ພາກ ທຸ ລະ ກິດ
ເພື່ອຊຸກຍູ້ການຮ່ວມມືໃຫມ່ລະຫວ່າງມະຫາວິທະຍາໄລ ແລະ ພາກເອກະຊົນໂດຍການເສີມສ້າງຂີດຄວາມສາມາດຂອງພະນັກງານບໍລິຫານໃນຂະແໜງການສຶກສາຊັ້ນສູງ ໃນການສ້າງກົນໄກການຮ່ວມມືກັນເພື່ອ ແກ້ໄຂຄວາມບໍ່ສອດຄ່ອງລະຫວ່າງ ຜູ້ສະໜອງແຮງງານ ດ້ານການສຶກສາ ແລະ ເງື່ອນໄຂຄວາມຕ້ອງການຂອງຜູ້ຈ້າງງານ.
ສົ່ງເສີມໃນການປັບປຸງການບໍລິການດ້ານວິຊາຊີບຂອງສະຖາບັນການສຶກສາຊັ້ນສູງໃນປະເທດລາວ ແລະ ປະເທດໄທ
ເພື່ອສະໜັບສະໜູນສະຖາບັນການສຶກສາໃນການຈັດຕັ້ງ ຫຼື ປັບປຸງຫ້ອງການໃຫ້ຄຳປຶກສາ ເພື່ອໃຫ້ຄຳປຶກສາດ້ານອາຊີບ, ແນະນຳຍຸດທະສາດການຊອກຫາວຽກເຮັດງານທຳ, ເຮັດໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຕະຫຼາດແຮງງານ, ສ້າງເຄືອຂ່າຍຂອງກັບສິດເກົ່າ, ແລະ ການຮຽນຮູ້ຈາກພື້ນຖານການເຮັດວຽກ.
ໄລຍະເວລາໂຄງການ
01/12/2023 – 30/11/2026
ໜັບສະໜູນໂດຍ
ສະຫະພາບເອີຣົບ
ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການ ສຶກສາຊັ້ນສູງ
(ERASMUS-EDU-2023-CBHE)